ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ ສະຫຼຸບຕີລາຄາການນໍາພາ
ຂອງຄະນະພັກອົງການຫ້ອງວ່າການ
ກະຊວງປ້ອງກັນປະເທດ ປະຈຳໄຕມາດ I ປີ 2024


ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ,
ເລຂາຄະນະພັກອົງການຫ້ອງວ່າການກະຊວງ,
ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ໃນວັນທີ 22 ມີນາ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນໍາພາຂອງຄະນະພັກອົງການ
ຫ້ອງວ່າການ ກະຊວງປ້ອງກັນປະເທດ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2024, ໂດຍການເປັນປະທານຂອງ ສະ
ຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ, ເລຂາຄະນະພັກອົງການຫ້ອງວ່າການກະຊວງ, ຫົວໜ້າຫ້ອງວ່າການກະ
ຊວງປ້ອງກັນປະເທດ, ມີບັນດາສະຫາຍ ຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງເລຂາຄະນະພັກອົງການ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານ
ບົດສະຫຼຸບການນໍາພາຂອງຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດ ປະຈໍາໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II
ປີ 2024, ຜ່ານການນໍາພາເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳໄຕມາດໃນໄລຍະຜ່ານມາເຫັນວ່າ: ຄະນະພັກອົງການຫ້ອງວ່າການ ກະ
ຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈັດຕັ້ງດໍາເນີນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະ
ມາຊິກ ພັກ, ພະນັກງານ-ນັກຮົບ, ຮັບຮູ້, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ,
ມະຕິຄໍາສັ່ງຂອງຂັ້ນເທິງ ແລະ ໜ້າທີ່ການເມືອງຂອງກົມກອງມາຈັດຕັ້ງເຊື່ອມຊຶມ ພ້ອມນັ້ນ ຄະນະພັກ-ຄະນະບັນຊາແຕ່ລະກົມ, ຫ້ອງ, ກອງ,
ບັນດາບໍລິສັດ ລັດວິສາຫະກິດ ໄດ້ເປັນເຈົ້າການເອົາໃຈໃສ່ຊີ້ນໍາ ການຈັດຕັ້ງປະຕິບັດມະຕິ-ຄໍາສັ່ງ ຂອງກົມໃຫ່ຍເສນາທິການກອງທັບ ກ່ຽວກັບ
ການປະຕິບັດລະບອບປະຈຳການ, ການກຽມພ້ອມສູ້ຮົບໃນແຕ່ລະພາວະ ແລະ ປ້ອງກັນທີ່ຕັ້ງສໍາຄັນຕ່າງໆ, ສຳນັກງານອົງການ, ປ້ອງກັນການ
ນໍາຂັ້ນສູງ,ຕິດຕາມ-ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບໄດ້ເປັນຢ່າງດີ,
ຫັນເອົາການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ.

     ໃນນີ້ ວຽກງານພັກ-ພະນັກງານ ໄດ້ເປີດກອງປະຊຸມມອບ-ຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວຫ້ອງວ່າການ ປະ
ຈໍາປີ 2023 ຈໍານວນ 37 ໜ່ວຍພັກ, ຈັດຕັ້ງເຝິກອົບຮົມວຽກງານພະນັກງານໃຫ້ບັນດາກົມກອງ ທີ່ຂຶ້ນກັບຫ້ອງວ່າການກະຊວງ 35 ສະຫາຍ,
ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຈໍານວນ 24 ສະຫາຍ, ຍົກຂັ້ນເງິນເດືອນ 6 ສະຫາຍ ພ້ອມນີ້ ກໍສຸມໃສ່ຄຸ້ມຄອງ, ຕິດຕາມ, ກວດ
ກາ, ຊຸກຍູ້ບັນດາໂຄງການຮ່ວມມືທຸລະກິດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຢ່າງເປັນປົກກະຕິ ຕິດແໜ້ນກັບການຮັບປະກັນແກ້ໄຂຊີວິດ
ການເປັນຢູ່ດ້ວຍການສົ່ງເສີມບັນດາກົມກອງ ທີ່ຂຶ້ນກັບປູກຝັງ-ລ້ຽງສັດສ້າງເສດຖະກິດ ຕາມທ່າແຮງບົ່ມຊ້ອນທີ່ມີຂອງແຕ່ລະກົມກອງຈາກນັ້ນ,
ບັນດາສະຫາຍ ຄະນະພັກອົງການຫ້ອງວ່າການ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ
ເພື່ອພ້ອມກັນກໍານົດທິດທາງວຽກງານຈຸດສຸມແຕ່ລະດ້ານ ເພື່ອບັນລຸຈຸດປະສົງລະດັບຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 25/03/2024